ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຫົວໜ້າກົມ ວິທະຍາສາດ-ປະຫວັດສາດ ການທະຫານ ເຂົ້າຮ່ວມ
ກອງປະຊຸມ ສຳມະນາເຄືອຂ່າຍສະຖາບັນປ້ອງກັນຊາດ


    ໃນລະຫວ່າງ ວັນທີ 8-11 ສິງຫາ 2023 ທີ່ຜ່ານມານີ້, ຄະນະຜູ້ແທນຂອງ ກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ນຳໂດຍທ່ານ ພົນ
ຈັດຕະວາ ວຽງໄຊ ສົມວິຈິດ, ຫົວໜ້າກົມ ວິທະຍາສາດ-ປະຫວັດສາດ ການທະຫານ ໄດ້ເຂົ້າຮ່ວມກອງປະຊຸມ ສຳມະນາເຄືອຂ່າຍສະຖາບັນ
ປ້ອງກັນຊາດ ແລະ ຄວາມໝັ້ນຄົງອາຊຽນພາຍໃຕ້ຫົວຂໍ້: ” ການຮ່ວມມືດ້ານອຸດສາຫະກໍາປ້ອງກັນຊາດອາຊຽນ: ບັນດາທ່າແຮງ ແລະ ທິດທາງ
ກ້າວໄປຂ້າງໜ້າ ” ເຊິ່ງຈັດຂຶ້ນທີ່ ໂຮງແຮມ ຮໍດີເດ ອິນ ທີ່ເມືອງມາລາກາ, ປະເທດມາເລເຊຍ (ກອງປະຊຸມເຊີ່ງໜ້າ) ພາຍໃຕ້ການເປັນປະທານ
ຂອງ ທ່ານ ພົນຕີ ດາໂຕ ຫົວໜ້າບໍລິຫານ, ສະຖາບັນປ້ອງກັນຊາດ ແລະ ຄວາມໝັ້ນຄົງ ມາເລເຊຍ, ກະຊວງປ້ອງກັນປະເທດມາເລເຊຍ. ມີ
ບັນດາຫົວໜ້າສະຖາບັນປ້ອງກັນຊາດ ແລະ ວິຊາການດ້ານຄວາມໜັ້ນຄົງຈາກບັນດາປະເທດສະມາຊິກອາຊຽນ ເຂົ້າຮ່ວມກອງປະຊຸມດັ່ງກ່າວ.

     ກອງປະຊຸມຄັ້ງນີ້ແມ່ນ ເພື່ອແລກປ່ຽນທັດສະນະກ່ຽວກັບການຮ່ວມມືອຸດສາຫະກຳປ້ອງກັນຊາດອາຊຽນ, ທ່າແຮງ ແລະ ທິດ​ທາງ​ກ້າວກ້າວ
ໄປຂ້າງໜ້າ. ການຄົ້ນຄວ້າກ່ຽວກັບການພັດທະນາດ້ານອຸດສາຫະກຳປ້ອງກັນຊາດອາຊຽນເຊັ່ນ: ວັດຖຸອຸປະກອນຮັບໃຊ້ໃນກອງກອງຂອງພວກເຮົາ,
ເຫັນດີເປັນເອກະພາບກັນວ່າການຮ່ວມມືດ້ານອຸດສາຫະກໍາປ້ອງກັນຊາດລະຫວ່າງປະເທດສະມາຊິກອາຊຽນ ບໍ່ຄວນຈໍາກັດໃນການຜະລິດອຸປະ
ກອນຕ່າງໆເຊັ່ນ: ອາວຸດ ແລະ ລູກປືນ, ເຄື່ອງເຟີນີເຈີ, ອາໄຫຼ່, ລົດຍົນ ແລະ ເອເລັກໂຕຣນິກເຊັ່ນດຽວກັນກັບເຄື່ອງໃຊ້ທົ່ວໄປ. ຍິ່ງໄປກວ່ານັ້ນ,
ການຮ່ວມມືຍັງສາມາດຂະຫຍາຍໄປສູ່ການຊ່ວຍເຫຼືອດ້ານມະນຸດສະທໍາ ແລະ ການບັນເທົາທຸກຜູ້ປະສົບໄພພິບັດ ທີ່ເກີດຈາກບັນຫາກ່ຽວກັບ
ການປ່ຽນແປງຂອງດິນຟ້າອາກາດເຊັ່ນ: ນໍ້າຖ້ວມ, ພາຍຸໄຕ້ຝຸ່ນ ແລະ ອື່ນໆ.

     ນອກຈາກນັ້ນແລ້ວ, ກອງປະຊຸມຍັງໄດ້ປຶກສາຫາລືກ່ຽວກັບການຮ່ວມມືທີ່ສາມາດດໍາເນີນການໂດຍຜ່ານການພົວພັນສອງຝ່າຍ, ຫຼາຍຝ່າຍລະ
ຫວ່າງບັນດາປະເທດສະມາຊິກອາຊຽນ, ລວມເຖິງການຄົ້ນຄວ້າ, ການພັດທະນາ ແລະ ການຝຶກອົບຮົມການສະແດງອຸດສາຫະກໍາປ້ອງກັນຊາດ ແລະ
ສະຖາບັນການຮຽນຮູ້ຮ່ວມກັນ. ກອງປະຊຸມໄດ້ດຳເນີນໄປເປັນເວລາສອງວັນ ມາຮອດ ເວລາ 12.00 ຂອງວັນທີ: 11 .8.2023. ກອງປະຊຸມໄດ້ປິດ
ລົງຢ່າງເປັນທາງການ ດ້ວຍຜົນສຳເລັດອັນຈົບງາມຕາມວາລະຂອງກອງປະຊຸມ.

ແຫຼ່ງທີ່ມາ ສອນໄຊ
ວັນທີ 21/08/2023